
ລ່າສຸດ Huawei ໄດ້ມີການປ່ອຍວີດີໂອທີເຊີສະມາດໂຟນເຮືອທຸງໃນຊີຣີ່ Mate 30 ລົງໃນ Twitter Official "Huawei Mobile" ທີ່ມາກັບຄອນເຊັບ Rethink Possibilities (ຄິດໃໝ່ເຖິງຄວາມເປັນໄປໄດ້) ໂດຍເປັນວີດີໂອຄວາມຍາວພຽງ 8 ວິນາທີ ແລະ ມີວັນທີກຳກັບຄື 19 ກັນຍາ 2019 ທີ່ເມືອງ ມິວນິກ ປະເທດເຢຍລະມັນ
ໃນອີກມຸມໜຶ່ງ ສຳລັບຄົນທີ່ຕິດຕາມຂ່າວອາດຈະຮູ້ວ່າ Google ຫາກະມີການອອກມາປະກາດວ່າຈະບໍ່ອະນຸຸຍາດໃຫ້ສິນຄ້າລຸ້ນໃໝ່ຂອງ Huawei ໃຊ້ແອັພ ແລະ ບໍລິການຂອງ Google ເຊິ່ງນັ້ນໝາຍເຖິງ Huawei ອາດຈະຕ້ອງຄິດໃໝ່ເຖິງຄວາມສຳຄັນ ແລະ ອິດທິພົນຂອງ Google Apps ເຖິງແມ່ນວ່າ Huawei ຫາ່ກໍຈະມີແຜນສຳຮອງຢ່າງ App Gallery ແລະ HarmonyOS ຂອງຕົວເອງກໍຕາມ ກໍຄົງຕ້ອງລໍຖ້າວັນເປີດຕົວແທ້ວ່າ Huawei ຈະມີຫຍັງມາເຊີໄພ່ ຫຼື ບໍ່?
ທີ່ມາ: thethaiger

ไม่มีความคิดเห็น:
แสดงความคิดเห็น