![](https://www.beartai.com/wp-content/uploads/2019/09/iphone-11-pro.png)
ເປີດຕົວເປັນທີ່ຮຽບຮ້ອຍສຳລັບ iPhone 11 Pro ລຸ່ນເຮືອທຸງຂອງບໍລິສັດເຊັ່ນດຽວກັບ iPhone 11 ຜົນທີ່ອອກມາແມ່ນຖືກຕາມຂ່າວລືບໍ່ມີຜິດ ປະກອບໄປດ້ວຍສອງລຸ່ນໄດ້ແກ່ iPhone 11 Pro ແລະ iPhone 11 Pro Max ມີກ້ອງຫຼັງທັງໝົດສາມຕົວ.
- ໜ້າຈໍ Super Retina XDR Display ຂະໜາດ 5.8 ແລະ 6.5 ນີ້ວຄວາມສະຫວ່າງສູງສຸດ 1,200 nit ຮອງຮັບ HDR 10
- ເພີ່ມສີຂຽວ Midnight Green
- ຊິບປະມວນຜົນ Apple A13 Bionic
- ກ້ອງຫຼັງທັງໝົດ 3 ຕົວ ເພີ່ມເລນ Ultra-Wide ຫຼື ເລນມຸມກວ້າງພິເສດເຂົ້າມາ
- ແຖມຫົວຊາກ 18W ມານຳ
- ລາຄາຍັງຄົງແພງຄືເກົ່າ
Tim Cook ກ່າວເທິງເວທີວ່າ iPhone 11 Pro ແລະ iPhone 11 Pro Max ຖືກອອກແບບມາສຳລັບ "ຜູ້ໃຊ້ງານທີ່ຕ້ອງການເທັກໂນໂລຢີທີ່ທັນສະໄໝທີ່ສຸດ" ໃຊ້ງານຊິບປະມວນຜົນ Apple A13 Bionic ທີ່ແຮງທີ່ສຸດໃນຕະລາດຕອນນີ້ ມີໃຫ້ເລືອກທັງໝົດ 4 ສີໄດ້ແກ່: ດຳ, ທອງ, ຂາວ ແລະ ສີໃໝ່ສີຂຽວ Midnight Green ອັພເກຣດຈໍໃໝ່ເຊິ່ງ Apple ເອີ້ນຈໍໃໝ່ນີ້ວ່າ Super Retina XDR Display ສະຫວ່າງກວ່າທີ່ 1,200 nit ຮອງຮັບ HDR 10 ປະຍັດແບັດເຕີຣີ່ຂື້ນກວ່າເກົ່າ 15%
![](https://www.beartai.com/wp-content/uploads/2019/09/iphone-11-pro-and-iphone-11-pro-max.png)
ແບັດເຕີຣີ່ Apple ໄດ້ກ່າວໄວ້ວ່າ iPhone 11 Pro ມີໄລຍະເວລາການໃຊ້ງານທີ່ຍາວນານຂື້ນ 4 ຊົ່ວໂມງທຽບກັບ iPhone XS ແລະ iPhone 11 Pro Max ໃຊ້ງານດົນຂື້ນ 5 ຊົ່ວໂມງທຽບກັບ iPhone XS Max
ຈຸດເດັ່ນຂອງ iPhone 11 Pro ແລະ iPhone 11 Pro Max ແມ່ນກ້ອງຫຼັງທີ່ອັພເກຣດຂື້ນເປັນ 3 ຕົວ ປະກອບໄປດ້ວຍ ກ້ອງຫຼັກ, ກ້ອງຊູມ ແລະ ກ້ອງເລນມຸນກວ້າງພິເສດ 120 ອົງສາ ໂດຍ Apple ບອກວ່າກ້ອງຂອງ iPhone 11 Pro ສາມາດເກັບແສງໄດເຫຼາຍກວ່າ iPhone XS ເຖິງ 40% ຮອງຮັບ Night Mode ເຊັ່ນດຽວກັບ iPhone 11 ແຕ່ທີ່ນ່າສົນໃຈຫຼາຍກວ່າຄື Deep Fusion
![](https://www.beartai.com/wp-content/uploads/2019/09/iphone-11-pro-camera.png)
Deep Fusion ເປັນຟີເຈີິທີ່ຕົວເຄື່ອງຈະຖຸ່າຍຮູບທັງໝົດ 9 ຮູບມີ 4 ຮູບກ່ອນຊັດເຕີ 1 ຮູບຕອນຊັດເຕີ ແລະ 4 ຮູບ ຫຼັງຊັດເຕີ ໃຊ້ Machine Learning ໃນການປັບແສງ ແລະ ລວມຮູບເປັນຮູບດຽວເພື່ອໃຫ້ໄດ້ຮູບທີ່ດີທີ່ສຸດອອກມາ ແຕ່ຟີເຈີນີ້ຈະຍັງບໍ່ຖືກເປີດໃຊ້ງານທັນທີທີ່ເປີດຈຳໜ່າຍ ຕ້ອງອັພເກຣດຊອບແວຕາມຫຼັງ
![](https://www.beartai.com/wp-content/uploads/2019/09/iphone-11-pro-deep-fusion.png)
ສະເປັກອື່ນໆ: Face ID ເຮັດວຽກໄດ້ໄວຂື້ນ 30%, ຮອງຮັບຊາກໄວ 18W ແບບແຖມຫົວສາກມາໃນກ່ອງ, ກັນນ້ຳມາດຕະຖານ IP68 ຈາກ IP67, ຮອງຮັບ WiFi 6, ຍັງເປັນພອດ Lightning ຄືເກົ່າ
![](https://www.beartai.com/wp-content/uploads/2019/09/fast-charge.png)
ລາຄາ່ເລີ່ມຕົ້ນແມ່ນ:
- iPhone 11 Pro $999 ຫຼຶື ປະມານ 8,700,000 ກີບ
- iPhone 11 Pro Max $1099 ຫຼື ປະມານ 9,600,000 ກີບ
ທີ່ມາ beartai
ไม่มีความคิดเห็น:
แสดงความคิดเห็น