วันอังคารที่ 3 กันยายน พ.ศ. 2562

Huawei ກຳລັງເຈລະຈາເພື່ອໃຊ້ Aurura OS ລະບົບປະຕິບັດການຈາກຣັສເຊຍມາແທນ Android


   ເຖິງແມ່ນວ່າ Huawei ຈະເປີດຕົວ HarmonyOS ພ້ອມປະກາດຢ່າງຊັດເຈນວ່າສາມາດໃຊ້ເທິງສະມາດໂຟນໄດ້ທັນທີຖ້າຫາກເກີດເລື່ອງບໍ່ຄາດຝັນຂື້ນ ແຕ່ຄວາມຈິງອາດຈະບໍ່ເປັນຕັ້ງນັ້ນ ເມື່ອ Huawei ຫັນໄປທົດສອບລະບົບຕິບັດການຈາກຣັສເຊຍອີກດ້ວຍ.

   ໂຄໂສກຂອງ Huawei ໃຫ້ຂໍ້ມູນກັບ Reuters ວ່າຕອນນີ້ບໍລິສັດໄດ້ເຈລະຈາກັບກະຊວງຄົມມະນາຄົມຂອງຣັສເຊຍ ແລະ ກຳລັງທົດສອບ Aurura OS ຈາກຣັສເຊຍເທິງອຸປະກອນຂອງຕົນເອງຢ່າງສະມາດໂຟນເພື່ອໃຊ້ທົດແທນ Android ຂອງ Google ແຕ່ໂຄໂສກຂອງ Huawei ກໍບໍ່ໄດ້ໃຫ້ຂໍ້ມູນເພີ່ມເຕີມຫຼາຍກວ່ານີ້.
   ທັງນີ້ກໍມີລາຍງານວ່າໃນຣັສເຊຍເອງກໍມີການພິຈາລະນາເລືອກໃຊ້ງານ Aurura OS ເທິງແທັບເລັດ ເຊິ່ງອາດຈະໄດ້ເຫັນແທັບເລັດຂອງ Huawei ຕິດຕັ້ງລະບົບປະຕິບັດການດັ່ງກ່າວກວ່າ 360,000 ເຄື່ອງໃນຊ່ວງເດືອນສິງຫາ 2020 ແຕ່ກໍຍັງບໍ່ມີຂໍ້ມູນວ່າຈະເປັນການໃຊ້ແຕ່ໃນຣັສເຊຍເທົ່ານັ້ນ ຫຼ ຈະຈຳໜ່າຍໃນປະເທດອື່ນນຳ.
   ການເລືອກໃຊ້ Aurura OS ອາດຈະເປັນຕົວເລືອກຮອງຈາກ Android ເນື່ອງຈາກຕອນນີ້ Huawei ເອງກໍຍັງເລັ່ງພັດທະນາ HarmonyOS ຂອງຕົວເອງຖ້າຫາກບໍລິສັດຕ້ອງຢູ່ໃນສະຖານະການທີ່ບໍ່ດີ ທາງດ້ານໂຄໂສກຂອງກະຊວງຄົມມະນາຄົມຂອງຣັສເຊຍປະຕິເສດທີ່ຈະອອກຄວາມເຫັນໃດໆກັບເລື່ອງນີ້.

ไม่มีความคิดเห็น:

แสดงความคิดเห็น