วันอาทิตย์ที่ 2 มิถุนายน พ.ศ. 2562

UBISOFT ປ່ອຍຕົວຢ່າງ Call of Duty: Modern Warfare ສະບັບ Reboot



  ຖືເປັນຊີຣີ່ເກມທີ່ຢູ່ກັບເຮົາມາຍາວນານ ແລະ ຍັງຄົງມີພາກໃໝ່ອອກມາຢູ່ເລື່ອຍໆສຳລັບເກມຊີຣີ່ Call of Duty. ລ່າສຸດໄດ້ມີການເປີດຕົວ Call of Duty: Modern Warfare ເຊິ່ງເປັນການ Reboot ພາກທີ່ເປັນຕຳນານ ແລະ ໄດ້ຮັບສຽງຊື່ນຊົມຫຼາຍທີ່ສຸດພາກໜຶ່ງຂອງເກມຊີຣີ່ນີ້່





ຈາກຕົວຢ່າງໄດ້ມີການຄາດເດົາຈາກແຟນໆເກມວ່າລະບົບຂອງເກມຈະມີການປັບປຸງໄປອີກຂັ້ນໜຶ່ງ ແລະ ທີ່ໂດດເດັ່ນກໍຄື ເຫຼົ່າທີ່ກຳບັງ ແລະ ກຳແພງຕ່າງໆ ນັ້ນຈະສາມາດເກີດຄວາມເສຍຫາຍຈາກການຍິງໄດ້ອີກດ້ວຍ.
ໂດຍມີຂໍ້ມູນຫຼຸດອອກມາຈາກເວັບໄຊທ໌ PCGamesN ໂດຍມີທ່ານ Jacob Minkoff ຜູ້ກຳກັບຂອງເກມເປັນຜູ້ໃຫ້ຂໍ້ມູນນຳ ໂດຍຈະມີຊາກທີ່ຊື່ວ່າ Townhouse ທີ່ຜູ້ຫຼີ້ນຈະຖືກຍິງທະລຸຜ່ານປະຕູເຂົ້າມາໄດ້ ເຊິ່ງເປັນສິ່ງທີ່ແຕກຕ່າງຈາກ Call of Duty ໃນພາກທີ່ຜ່ານໆມາ ທີ່ບໍ່ໄດ້ເນັ້ນລະບົບຄວາມເສຍຫາຍຂອງບ່ອນກຳບັງເປັນພິເສດ.


Call of Duty: Modern Warfare ຈະວາງຈຳໜ່າຍໃນວັນທີ 25 ຕຸລາ ນີ້ ໃນລະບົບ PS4, Xbox One ແລະ PC

ไม่มีความคิดเห็น:

แสดงความคิดเห็น