ເປີດຕົວແລ້ວກັບ IOS 13 ລະບົບປະຕິບັດການສຳລັບສະມາດໂຟນຂອງ Apple ຫຼື IPhone ລຸ່ນລ່າສຸດ ໂດຍ Apple ໄດ້ແຍກລະບົບປະຕິບັດການຂອງ IPad ອອກມາຈາກ IOS ໂດຍໃຊ້ຊື່ວ່າ iPadOS ນັ້ນເອງ
ໃນງານ WWDC, Apple ເລີ່ມຕົ້ນດ້ວຍການເຜີຍຕົວເລກຕິດຕັ້ງ IOS 12 ສູງສຸດ 85% ເມື່ອທຽບກັບ Android 9 ເຊິ່ງຸຸຸຸຸຸຸຸຸຸຸຸຸຸຸຸຖືກຕິດຕັ້ງໃນອຸປະກອນພຽງ 10% ເທົ່ານັ້ນ ແຕ່ປະເດັນນີ້ທຽບກັນໄດ້ຍາກເພາະຜູ້ຜະລິດສະມາດໂຟນ Android ມີຫຼາຍເຈົ້າ ຂື້ນຢູ່ກັບແຕ່ລະເຈົ້າວ່າຈະປ່ອຍອັພເດດອອກມາ ຫຼື ບໍ່.
ທ່ານ Craig Federighi ໄດ້ຂື້ນມາກ່າວເປີດຕົວ IOS 13 ໂດຍສິ່ງທຳອິດທີ່ໄດ້ກ່າວນັ້ນກໍຄື ການພັດທະນາລະບົບສະແກນໃບໜ້າຢ່າງ Face ID ສາມາດເຮັດວຽກໄດ້ໄວຂື້ນກວ່າເກົ່າເຖິງ 30% ນອກຈາກນີ້ຍັງສາມາດເປີດໃຊ້ງານແອັພໄດ້ໄວຂື້ນ 2 ເທົ່າ ແລະ ຂະໜາດອັພເດດຈາກ App Store ຈະນ້ອຍລົງເຖິງ 60%
ຕາມດ້ວຍ Dark Mode ຄືສິ່ງທີ່ຫຼາຍຄົນລໍຄອຍ ບໍ່ແມ່ນແຕ່ການປຽນສະແດງຜົນບາງສ່ວນໃຫ້ເປັນສີເຂັ້ມ ແຕ່ເປັນການປຽ່ນການສະແດງຜົນທັ້ງລະບົບ ຫຼື ປຽ່ນທີມໃຫ້ເປັນແບບມືດທັງໝົດ ບໍ່ວ່າຈະເປັນ ການແຈ້ງເຕືອນ ວິດເຈັດ ແອພຕ່າງໆ ແລະ ລະບົບທັງໝົດ
ສ່ວນຄີບອດນອກຈາກຈະມີການສະແດງຜົນແບບ Dark Mode ແລ້ວ Apple ຍັງໃສ່ Swipe Keyboard ລົງມາໃຫ້ນຳອີກ ໂດຍໃຊ້ຊື່ວ່າ Quick Path
ນອກນັ້ນ Apple ຍັງປັບປຸງລະບົບ Maps ໃໝ່ທັງໝົດ ຫຼັງຈາກທີ່ຜູ້ໃຊ້ເລືອກໃຊ້ງານ Google Maps ຫຼາຍກວ່າ ໂດຍໄດ້ເພີ່ມຟີເຈີຫຼາຍຢ່າງເຂົ້າມາໃນ Maps ເຊັ່ນ Favorites, Collections ແລະ Look Around ເຊິ່ງມາແທນທີ່ Flyover ຫຼື ເວົ້າງ່າຍໆກໍຄືກັບ Google Street View ນັ້ນເອງ
Sign in with Apple ຫຼື ການລ໊ອກອິນດ້ວຍ Apple ID ເຊິ່ງຈະບໍ່ເຮັດໃຫ້ຂໍ້ມູນເກີດການຮົ່ວໄຫຼ ໂດຍ Apple ຍົກຕົວຢ່າງວ່າການ Sign in ດ້ວຍລະບົບອື່ນຢ່າງ Sign in with Facebook ຈະຕ້ອງແລກມາດ້ວຍຂໍ້ມູນສ່ວນຕົວຂອງຜູ້ໃຊ້ງານເອງ ເຊິ່ງ Apple ຢາກແກ້ໄຂປັນຫາໃນສ່ວນນີ້ຈຶ່ງເປີດຕົວຟີເຈີນີ້ອອກມາ ໂດຍ Apple ໄດປິດລະບົບການແຊຣ໌ຂໍ້ມູນໃຫ້ກັບເວັບ ຫຼື ອີຫຍັງກໍຕາມທີ່ເຮົາໄປ Sign in ນຳ ເຮັດໃຫ້ຂໍ້ມູນຂອງເຮົາບໍ່ຖືກແຊຣ໌ໄປຍັງຕົ້ນທາງທີ່ເຮົາລົງຊື້ໃຊ້ ແລະ ຍັງສາມາດສ້າງອີເມວຊົ່ວຄາວສຳລັບລ໊ອກອິນອີກດ້ວຍ
ລະບົບແຊຣ໌ຕຳແໜ່ງກໍຖືກປັບປຸງໃໝ່ ຈຳກັດການໃຊ້ງານໃຫ້ຫຼາຍຂື້ນ ເລືອກແຊຣ໌ Location ພຽງເທື່ອດຽວໄດ້ ແຕ່ຖ້າເປີດແຊຣ໌ຕະລອດ ຫຼື ມີການໃຊ້ງານຢູ່ໃນ Background ຈະມີການແຈ້ງເຕືອນໃຫ້ຜູ້ໃຊ້ຮູ້ນຳ.
ນອກຈາກນີ້ຍັງມີການເປີດຕົວ Homekit Secure Video ໂດຍລະບົບຈະເກັບວີດີໂອທີ່ໄດ້ຈາກກ້ອງ ບັນທຶກ ແລະ ເຂົ້າລະຫັດຜ່ານອຸປະກອນໃນລະບົບ Homekit ເຊັ່ນ Apple TV ກ່ອນຈະສົ່ງໄປທີ່ ICloud ເຊິ່ງແມ້ແຕ່ Apple ກໍຍັງບໍ່ສາມາດເຫັນໄດ້ວ່າມີການບັນທຶກຫຍັງໄວ້ ແລະ ວີດີໂອທີ່ນຳໄປເກັບໃນ ICloud ນັ້ນຈະບໍ່ຖືກນັບພື້ນທີ່ຮ່ວມກັບ iCloud ປົກກະຕິ.
Apple ຍັງເພີ່ມລູກຫຼີ້ນໃຫ້ Memoji Sticker ໃຫ້ຜູ້ໃຊ້ສາມາດແຕ່ງສະຕິກເກີຂອງຕົວເອງໃຫ້ຫຼາຍຂື້ນເຊັ່ນ ການໃສ່ເຄື່ອງປະດັບ ແວ່ນຕາ ຫຼື AirPods ເປັນຕົ້ນ
ສ່ວນກ້ອງ ໄດ້ເພີ່ມລູກຫຼີ້ນເຂົ້າມາໃນໂໝດ Portrait Lightning ສາມາດປັບພີ່ມເອພເຟັກໃຫ້ຮູບໄດ້ ພ້ອມໂໝດປັບແຕ່ງຮູບອີກຫຼາຍຢ່າງເຊັ່ນ Noise Reduction ເປັນຕົ້ນ ແລະ ຍັງສາມາດກັບແນວຕັ້ງແນວນອນວີດີໂອໄດ້ແລ້ວ
ນອກຈາກນີ້ແອພ Photos ຈະໃຊ້ Machine Learning ໃນການຈັດການ Gallery ລວມເຖິງການລຶບຮູບພາບທີ່ຊ້ຳກັນອີກ
ຕາມດ້ວຍລະບົບເສີມເຊັ່ນ:
- AirPods: ຜູ້ໃຊ່້ງານສາມາດແຊຣ໌ເພງທີ່ຟັງຜ່ານ AirPods ໄດ້ແລ້ວ ແລະ ສາມາດຕອບຂໍ້ຄວາມໂດຍບໍ່ຕ້ອງເອີ້ນໃຊ້ງານ "Hey Siri" ອີກດ້ວຍ
- HomePod: ມີຟີເຈີ Hand off ໃຫ້ໃຊ້ງານແລ້ວ ພຽງແຕ້ນຳເອົາ iPhone ໄປໄວ້ໃກ້ໆ HomePod ລະບົບກໍຈະເຮັດວຽກທັນທີ
- CarPlay: ສະແດງລາຍລະອຽດເພງຫຼາຍຂື້ນ ປັບແຕ່ງການສະແດງຜົນແບບໃໝ່
- Siri: ເພີ່ມຄວາມສາມາດ Siri ດ້ວຍ Neural TTS ເຮັດໃຫ້ Siri ເນັ້ນຄຳໃຫ້ຖືກຕ້ອງ ແລະ ແມ່ນຍຳຫຼາຍຂື້ນ ເວົ້າໄດ້ເປັນທຳມະຊາດຂື້ນກວ່າເກົ່າ.
- Find my: ລວມ Find my iPhone ກັບ Find my Friend ເຂົ້າເປັນແອັພດຽວ
- Reminder: ອອກແບບໃໝ່ທັງໝົດ ຊ່ວຍໃຫ້ຜູ້ໃຊ້ສາມາດສ້າງການແຈ້ງເຕືອນແບ່ງຕາມຫົວຂໍ້ (Categories) ຕ່າງໆໄດ້ ແລະ ມີ AI ພຽງແຕ່ພິມລົງໃນລະບົບຈະຊ່ວຍຫາສິ່ງທີ່ເຮົາຕ້ອງການເຕືອນມາໃຫ້ເຫັນເລີຍ
ທີ່ມາ: beartai












ไม่มีความคิดเห็น:
แสดงความคิดเห็น