วันอาทิตย์ที่ 2 มิถุนายน พ.ศ. 2562
ຫຼຸດຜົນທົດສອບ CPU Intel Core i7 Gen 10 ໄວກວ່າເກົ່າແຕ່ໃຊ້ Core Clock ຕ່ຳລົງ
Intel ໄດ້ເປີດຕົວ CPU ລຸ້ນໃໝ່ໃນງານ Computex 2019 ເຊິ່ງຖືເປັນລຸ້ນທີ່ 10 ແລະ ມາໃນລະຫັດໃໝ່ທີ່ມີຊື່ວ່າ Ice Lake ແນ່ນອນວ່າຫຼາຍຄົນກໍຕ້ອງຄາດຫວັງໃນປະສິດທິພາບຂອງມັນວ່າຈະດີຂື້ນກວ່າເກົ່າ ແລະ ລ່າສຸດກໍໄດ້ມີຂໍ້ມູນຜົນການທົດສອບຫຼຸດອອກມາແລ້ວວ່າ CPU ລຸ້ນນີ້ສາມາດເຮັດວຽກໄດ້ຢ່າງມີປະສິດທິພາບໃກ້ຄຽງລຸ້ນເກົ່າ ແຕ່ໃຊ້ Core Clock ທີ່ຕ່ຳລົງ.
ໂດຍຜົນການທົດສອບທີ່ວ່າມານີ້ໄດ້ຫຼຸດອອກມາຈາກເວັບໄຊທ໌ Geekbench ທີ່ໄດ້ຜົນການທົດສອບຄອມພິວເຕີໂນດບຸກ Dell XPS13 2 in 1 ເຊິ່ງເປັນໂນດບຸກໂຕທຳອິດຂອງໂລກທີ່ໃຊ້ງານ CPU Intel Gen 10 ຢ່າງ i7-1065 ທີ່ມີ 4 Core 8 Tread ມີຄວາມໄວ Clock ພື້ນຖານ 1.5 GHz ສູງສຸດ 3.48 GHz ແລະ ມີແຣມ 32 GB.
ທີ່ນ່າສົນໃຈຄືຄະແນນຜົນທົດສອບນັ້ນອອກມາໄດ້ດີ ໂດຍຄະແນນການທົດສອບໃນແບບ Single Core ໂດຍລວມຢູ່ທີ່ 5,234 ຄະແນນ ແລະ ແບບ Muti-Core ຢູ່ທີ່ 17,330 ຖືເປັນຄະແນນທີ່ຢູ່ໃນລະດັບສູງສຳລັບ CPU ທີ່ມີ Core Clock ພື້ນຖານບໍ່ເກີນ 2 GHz ແບບນີ້
ໂດຍເມື່ອທຽບກັບຄວາມໄວຂອງ CPU ໃນລຸ້ນກ່ອນໜ້າຢ່າງ i7-8559U ແລ້ວຖືວ່າມີຄວາມໄວທີ່ໃກ້ຄຽງກັນຫຼາຍ ແຕ່ Core Clock ຂອງ i7-8559U ພື້ນຖານນັ້ນສູງກວ່າທີ່ 2.7 GHz ສະແດງໃຫ້ເຫັນວ່າ i7-1065 ນັ້ນມີປະສິດທິພາບທີ່ເໜືອກວ່າເຖິງແມ່ນວ່າ Core Clock ພື້ນຖານຕ່ຳກວ່າກໍຕາມ ເຊິ່ງອາດໝາຍເຖິງການປະຢັດພະລັງງານທີ່ຫຼາຍຂື້ນຕາມໄປດ້ວຍເຊັ່ນກັນ.
ທີ່ມາ: gamingdose
สมัครสมาชิก:
ส่งความคิดเห็น (Atom)



ไม่มีความคิดเห็น:
แสดงความคิดเห็น