วันอังคารที่ 25 มิถุนายน พ.ศ. 2562

Signify ເປີດຕົວ LiFi ເທັກໂນໂລຢີສົ່ງຂໍ້ມູນໄຮ້ສາຍຜ່ານແສງໄຟ ຄວາມໄວສູງເຖິງ 250 Mbps

ล้ำหน้าโชว์ Signify เปิดตัว LiFi เทคโนโลยีส่งข้อมูลไร้สายผ่านแสงไฟ เร็วได้ถึง 250 Mbps wireless technology lifi

Signify (ຊື່ໃໝ່ຂອງ Philips Lighting) ໄດ້ເປີດຕົວລະບົບ LiFi System ໃໝ່ລ່າສຸດທີ່ສາມາດໃຊ້ລະບົບໄຟໃຫ້ແສງສະຫວ່າງມາໃຊ້ສົ່ງສັນຍານຂໍ້ມູນແບບໄຮ້ສາຍ ທີ່ເຮັດຄວາມໄວການສົ່ງຂໍ້ມູນໄດ້ເຖິງ 250 Mbps
ລະບົບ LiFi ນີ້ແມ່ນຫຍໍ້ມາຈາກ Light Fidelity ເປັນອີກເທັກໂນໂລຢີທີ່ເຮັດວຽກຄ້າຍກັບ WiFi ແຕ່ວ່າຈະໃຊ້ຄົນລະເທັກນິກກັນ ເພາະລະບົບນີ້ບໍ່ໄດ້ໃຊ້ຄື້ນຄວາມຖີ່ວິທະຍຸ ແຕ່ໃຊ້ຄື້ນຄວາມຖີ່ແສງທີ່ສາມາດເບິ່ງເຫັນໄດ້ແບບ Visible Light Communication (VLC) ໃນການສົ່ງຂໍ້ມູນນັ້ນເອງ


LiFi ນັ້ນຈະອາໄສຕົວສົ່ງ ແລະ ຕົວຮັບສັນຍານສະເພາະ ທີ່ຖືກພັດທະນາຂື້ນມາໃໝ່ແຕ່ກໍຍັງໃຊ້ງານຮ່ວມກັບລະບົບ WiFi ເກົ່າທີ່ມີຢູ່ແລ້ວໄດ້ອີກດ້ວຍ
Signify ໃຊ້ຊື່ການຕະຫຼາດຂອງລະບົບນີ້ວ່າ Trulifi ສາ່ມາດນຳເອົາໄປຕິດຕັ້ງໃຊ້ງານໄດ້ສະດວກງ່າຍດາຍກັບໂຄມໄຟຂອງ Philips ໂດຍທີ່ບໍ່ຈໍາເປັນຕ້ອງປຽ່ນ ຫຼື ຖອດໃສ່ແທນລະບົບໄຟສ່ອງສະຫວ່າງເກົ່າທີ່ໃຊ້ງານຢູ່ເລີຍ
ໃນເລື່ອງຂອງປະສິດທິພາບນັ້ນຈະສາມາດເຮັດຄວາມໄວໄດ້ 150 Mbps ໃນຫ້ອງທີ່ມີຂະໜາດໃຫຍ່ຢ່າງຫ້ອງປະຊູມ ຫຼື ຖ້າຕິດຕັ້ງແບບກໍານົດຕໍາແໜ່ງ Point-To-Point ຈະສາມາດເຮັດຄວາມໄວໄດ້ສູງສຸດເຖິງ 250 Mbps

ທີ່ມາ: techoffside

ไม่มีความคิดเห็น:

แสดงความคิดเห็น