
ລອງຄິດຫຼີ້ນໆ ເວລາໄປທຽ່ວໃນສະຖານທີ່ທີ່ມີຄົນຢູ່ແອອັດເຊັ່ນ: ບຸນຊ່ວງເຮືອທ່າວັດຈັນ, ບຸນທາດຫຼວງ, ບຸນປີໃໝ່ສາກົນ ແລະ ອື່ນໆ ແລ້ວຖ້າເກີດຫຼົງກັບໝູ່ ຫຼື ຄອບຄົວ ພໍສິໂທຫາກັນທາງເນັດກະບໍ່ໄດ້ເພາະເນັດຊ້າເນື່ອງຈາກມີຄົນງານເນັດຫຼາຍພາຍໃນພື້ນທີ່ນັ້ນ ສິໂທທາງໂທລະສັບກະພັດບໍ່ໄດ້ຕື່ມເງິນ ປັນຫານີ້ຈະໝົດໄປຖ້າໂທລະສັບຂອງເຮົາມີເທັກໂນໂລຢີ Mesh Talk
Mesh Talk ເປັນເທັກໂນໂລຢີສື່ສານທີ່ເອີ່ນວ່າ Proprietary Decentralized Communication ທີ່ຈະເຮັດໃຫ້ເຮົາສົ່ງຂໍ້ຄວາມສຽງ ແລະ ໂທລົມກັນໄດ້ແບບ Real Time ລະຫວ່າງມືຖື OPPO ທີ່ຢູ່ໃນໄລຍະ 3 km ໂດຍບໍ່ຕ້ອງເພິ່ງສັນຍານເຄືອຄ່າຍມືຖື, WiFi ຫຼື Bluetooth ເລີຍ

Mesh Talk ຍັງສາມາດຕໍ່ສັນຍານໄຮ້ສາຍແບບເຄື່ອງຕໍ່ເຄື່ອງເພື່ອສົ່ງຂໍ້ຄວາມແບບກຸ່ມ ແລະ ຂະຫຍາຍຊ່ວງການສື່ສານຜ່ານ Signal Relay ໄດ້ອີກດ້ວຍ ແຖມຍັງຮອງຮັບການສື່ສານແບບ LAN ໄດ້ທຸກບ່ອນທີ່ມີອຸປະກອນ OPPO ຢູ່ໃນໄລຍະສັນຍານອີກດ້ວຍ
ນອກຈາກນີ້ Mesh Talk ຍັງເປັນເທັກໂນໂລຢີທີ່ກິນໄຟນ້ອຍຫຼາຍ ໂດຍ OPPO ຕັ້ງໃຈຈະໃຫ້ມືຖືທີ່ຮອງຮັບລະບົບນີ້ສາມາດສະແຕນບາຍໄດ້ເຖິງ 72 ຊົ່ວໂມງ ໃນລະຫວ່າງທີ່ Mesh Talk ເປີດໃຊ້ງານຢູ່ ເຊິ່ງຈະເໝາະໃນສະຖານະການສຸກເສີນຢ່າງເຊັ່ນເວລາເກີດໄພພິບັດຕ່າງໆຈົນເຄືອຄ່າຍມືຖືລົ້ມ ແລະ ບໍ່ສາມາດຕິດຕໍ່ກັນຜ່ານທາງລະບົບອື່ນໆໄດ້ເລີຍ
ທີ່ມາ: droidsans
ไม่มีความคิดเห็น:
แสดงความคิดเห็น