วันศุกร์ที่ 21 มิถุนายน พ.ศ. 2562
Facebook ເປີດຕົວ Libra ສະກຸນເງິນດິຈິຕອນໃໝ່ ໂດຍມີ MasterCard, Visa, PayPal ຮ່ວມນຳ
Facebook ໄດ້ປະກາດເປີດຕົວແພລັດຟອມຄ່າເງິນດິຈິຕອນ Cryptocurrency ຂອງຕົວເອງຢ່າງເປັນທາງການແລ້ວ ຫຼັງຈາກທີ່ເປັນຂ່າວລືໃນຊື່ວ່າ Calibra.
ສຳລັບຄ່າງເິນນີ້ ຈະຖືກຄຸ້ມຄອງໂດຍອົງກອນທີ່ມີຊື່ວ່າ Libra Association ທີ່ຖືກຈັດຕັ້ງຂື້ນໃຫ້ເປັນໜ່ວຍງານອິດສະຫຼະ ບໍ່ສະແຫວງຫາຜົນກຳໄລ ແລະ ມີສຳນັກງານໃຫຍ່ຢູ່ກຸງເຈນິວາ ປະເທດສະວິດເຊີແລນ
ສະມາຄົມ Libra Association ນີ້ກໍ່ຕັ້ງຈາກຄວາມຮ່ວມມືຂອງອົງກອນທັງໝົດກວ່າ 28 ແຫ່ງເຊັ່ນ: MasterCard, PayPal, Visa, eBay, Spotify, Uber, Lyft, Vodafone Group, Andreessen Horowitz ແລະ Facebook ແລະ ຍັງມີແຜນຈະມີສະມາຊິກເພີ່ມໃຫ້ຫຼາຍກວ່າ 100 ແຫ່ງ ແລະ ດຶງເອົາຜູ້ບໍລິໂພກ, ນັກພັດທະນາ ແລະ ນັກທຸລະກິດຕ່າງໆ ເຂົ້າມາຮ່ວມໃນລະບົບຄ່າເງິນນີ້ດ້ວຍ.
ຄ່າເງິນນີ້ບໍ່ໄດ້ຈໍາກັດໃຫ້ໃຊ້ພຽງແຕ່ຢູ່ໃນ Facebook ເທົ່ານັ້ນ ແຕ່ຈະເປີດໃຫ້ໃຊ້ງານເປັນວົງກ້ວາງກັບທຸກຄົນ ແລະ ຕັ້ງເປົ້າທີ່ຈະຊ່ວຍໃຫ້ສາມາດໃຊ້ບໍລິການດ້ານການເງິນຕ່າງໆ ໂດຍທີ່ບໍ່ຈໍາເປັນຕ້ອງໃຊ້ບັນຊີຈາກທະນາຄານ.
ເຖິງແມ່ນວ່າ Facebook ຈະຮັບໜ້າທີ່ຫຼັກໃນການພັດທະນາລະບົບ Libra Blockchain ແລະ Libra Association ແຕ່ການຕັດສິນໃຈຕ່າງໆນັ້ນກໍຕ້ອງມາຈາກສະມາຄົມ ແລະ ສະມາຊິກພາຍໃນທັງໝົດ
Facebook ມີແຜນທີ່ຈະເປີດບໍລິການ Calibra Wallet ໃນລະບົບ Messenger, Whatsapp ແລະ ເປັນແອັພແຍກເປັນ Wallet ຂອງຕົວເອງໃນປີ 2020 ນີ້.
ທີ່ມາ: techoffside
สมัครสมาชิก:
ส่งความคิดเห็น (Atom)


ไม่มีความคิดเห็น:
แสดงความคิดเห็น