ດ້ວຍຂໍ້ຈຳກັດຫຼາຍໆຢ່າງໃນປັດຈຸບັນ ເລີຍເຮັດໃຫ້ຜູ້ຜະລິດມືຖືຕ່າງໆຍັງບໍ່ສາມາດຜະລິດມືຖືສຳລັບວາງຈຳໜ່າຍທີ່ເຊື່ອງກ້ອງໄວ້ໃຕ້ຈໍໄດ້ 100% ເຮັດໃຫ້ເຮົາໄດ້ເຫັນມືຖືທີ່ມີຕິ່ງກ້ອງໜ້າ ການເຈາະຮູໃນໜ້າຈໍ ລວມໄປເຖິງກ້ອງໜ້າແບບ POP UP ຫຼື ແບບໝູນແທນ
ລ່າສຸດທັງ OPPO ແລະ Xiaomi ໄດ້ອອກມາໂຊນະວັດຕະກຳການອອກແບບ ແລະ ຜະລິດຂອງຕົນ ໂດຍເປັນການນຳເຄື່ອງຕົວຢ່າງທີ່ຢູ່ໃນລະຫວ່າງພັດທະນາມາໂຊ ໂດຍທັງສອງເຄື່ອງເລືອກໃຊ້ກ້ອງທີ່ຢູ່ໃຕ້ຈໍແບບ 100 % ເຊິ່ງໃນເວລາໃຊ້ງານປົກກະຕິກໍຈະສະແດງຜົນຄືກັບໜ້າຈໍທົ່ວໄປເລີຍ ແຕ່ເມື່ອເປີດໃຊ້ກ້ອງໜ້າ ກໍຈະປັບການເຮັດວຽກອັດຕະໂນມັດ ແລະ ຍັງໃຊ້ຖ່າຍຮູບໄດ້ແທ້ທັງຄູ່.
ຢ່າງໃດກໍຕາມຍັງບໍ່ທັນມີຂໍ້ມູນອອກມາວ່າທັງ OPPO ແລະ Xiaomi ຈະນຳເທັກໂນໂລຢີນີ້ມາໃຊ້ກັບຜະລິດຕະພັນຂອງຕົນເມື່ອໃດ.
ທີ່ມາ: specphone

ไม่มีความคิดเห็น:
แสดงความคิดเห็น