วันพุธที่ 22 พฤษภาคม พ.ศ. 2562

Window 10 May 2019 Update (v1903) ເລີ່ມປ່ອຍໃຫ້ອັພເດດແລ້ວ



Windows 10 v1903 ໄດ້ຖືກເປີດຕົວມາຕັ້ງແຕ່ຕົ້ນເດືອນເມສາແລ້ວ ແຕ່ຕ້ອງໃຊ້ເວລາໃນການທົດສອບດົນເປັນພິເສດ ເພື່ອປ້ອງກັນບັນຫາແບບດຽວກັບ v1809

ມື້ນີ້ 22 ພຶດສະພາ 2019 Microsoft ໄດ້ປ່ອຍອັພເດດນີ້ອອກມາແລ້ວ ຜູ້ໃຊ້ສາມາດກວດເຊັກໄດ້ຈາກໜ້າ Setting > Update ໄດ້ຕາມປົກກະຕິ ສ່ວນຜູ້ໃຊ້ກຸ່ມອົງກອນກໍສາມາດດາວໂຫລດໄດ້ຈາກຊ່ອງທາງຂອງຕົນເອງເຊັ່ນ Windows Server Update Services (WSUS), Windows Update for Bussiness ແລະ Volume Licensing Service Center (VLSC) ເປັນຕົ້ນ.
ຂອງໃໝ່ທີ່ສຳຄັນໃນ Windows 10 v1903 ໄດ້ແກ່

  • ທີມສີສະຫວ່າງຕົວໃໝ່ (Light theme)
  • ແຍກກ່ອງ Seatch / Cortana ອອກຈາກກັນ
  • Windows Sandbox ສຳລັບຣັນແອພທີ່ບໍ່ປອດໄພ (Home ໃຊ້ບໍ່ໄດ້)
  • ເພີ່ມຟີເຈີໃຫ້ກັບ Notepad
  • ເພີ່ມຟີເຈີໃຫ້ກັບ Command Prompt
  • Windows Update ສາມາດຢຸດພັກການອັພເດດໄດ້




ไม่มีความคิดเห็น:

แสดงความคิดเห็น