วันศุกร์ที่ 24 พฤษภาคม พ.ศ. 2562

ARM ຍຸດຕິການເຮັດທຸລະກິດກັບ Huawei ອາດຈະສົ່ງຜົນໃຫ້ບໍລິສັດພັດທະນາຊິບ Kirin ລູ່ນຕໍ່ໄປບໍ່ໄດ້




ARM ແມ່ນບໍລິສັດທີ່ຖືສິດທິບັດສະຖາປັດຕະຍະກຳຂອງຊີພີຢູແບບ arm ທີ່ບໍລິສັດຕ່າງໆນຳໄປໃຊ້ເປັນຕົ້ນແບບການພັດທະນາຊີພີຢູຂອງຕົນເອງເຊັ່ນ Qualcomm Snapdragon, Exynos, Kirin ລ້ວນແຕ່ໃຊ້ສະຖາປັດຕະຍະກຳດຽວກັນ. ເຊິ່ງໝາຍຄວາມວ່າ Huawei ຈະບໍ່ສາມາດພັດທະນາຊີພີຢູໃນລຸ້ນຕໍ່ໄປອີກໄດ້ ຫຼື ຖ້າຍັງຝືນເຮັດຕໍ່ໄປກໍຈະຖືກ ບໍລິສັດ ARM ເຈົ້າຂອງສິດທິບັດຟ້ອງຄືນໄດ້ ສ່ວນຊິບລຸ່ນເກົ່າກໍຍັງໃຊ້ໄດ້ຕໍ່ໄປ ເພາະໄດ້ມີການຕົກລົງເຊັນສັນຍາກັນແລ້ວ.







ສື່ຕ່າງປະເທດໄດ້ລາຍງານວ່າ ARM ໄດ້ຍົກເລີກການເຮັດທຸລະກິດກັບ Huawei ເນື່ອງຈາກການລົງນາມຂອງສະຫະລັດອາເມຣິກາ ໃຫ້ທຸກບໍລິສັດສັນຊາດອາເມຣິກາຫ້າມເຮັດທຸລະກິດກັບHuawei ເຊິ່ງເປັນໄພຕໍ່ຄວາມໝັ່ນຄົງຂອງຊາດ ໂດຍສະຫະລັດອ້າງວ່າບໍລິສັດ Huawei ໄດ້ລັກລອບເກັບຂໍ້ມູນຂອງຜູ້ໃຊ້ສົ່ງໄປໃຫ້ລັດຖະບານຈີນ ເຊິ່ງໂຄໂຊກຂອງຂອງ ARM ກໍໄດ້ແຈ້ງກັບ Android Authority ເອງວ່າຕ້ອງປະຕິບັດຕາມຄຳສັ່ງຂອງສະຫະລັດອາເມຣິກາ.
ເຖິງແມ້ວ່າ Huawei ຈະສາມາດຜະລິດຊິບ Kirin ອອກມາໃຊ້ໃນບໍລິສັດໄດ້ຢ່າງຫຼວງຫຼາຍ ແຕ່ຊິບ Kirin ທີ່ໃຊ້ໃນສະມາດໂຟນຂອງ Huawei ຕ້ອງໃຊ້ໃບອະນຸຍາດຂອງ ARM ໃນດ້ານສະຖາປັດຕະຍະກຳ ແລະ ການອອກແບບ
ການທີ່ ARM ຕັດຂາດຈາກ Huawei ເຮັດໃຫ້ບໍລິສັດບໍ່ສາມາດໃຊ້ເທັກໂນໂລຢີຂອງ ARM ໄດ້ ແນ່ນອນວ່າເມື່ອ Huawei ບໍ່ສາມາດຜະລິດຊິບລຸ່ນຕໍ່ໄປ ກໍຈະສາມາດສູ້ກັບຄູ່ແຂ່ງໃນຕະລາດສະມາດໂຟນໄດ້ ແລະ ຈະສົ່ງຜົນກະທົບຕໍ່ບໍລິສັດໃນອະນາຄົດແນ່ນອນ.

ไม่มีความคิดเห็น:

แสดงความคิดเห็น