วันจันทร์ที่ 20 พฤษภาคม พ.ศ. 2562
ເປີດຕົວ ASUS Zenfone 6 ຈັດເຕັມດ້ວຍຊີພີຢູ Snapdragon 855 ກ້ອງຫຼັງພັບມາເປັນກ້ອງໜ້າໄດ້
ASUS Zenfone 6 ໄດ້ອອກແບບມາຮອງຮັບຄວາມຕ້ອງການປະສິດທິພາບຂັ້ນສູງສຸດຢ່າງທີ່ຜູ້ໃຊ້ຕ້ອງການ ແຕ່ລາຄາຍັງຄົງຢູ່ໃນລະດັບກາງໆ ຊື່ງຫາຍາກໃນປັດຈຸບັນ ແລະ ທີເດັດແມ່ນກ້ອງຫຼັງທີ່ສາມາດໝູນກັບມາເປັນກ້ອງໜ້າໄດ້ ບໍ່ຄືໃຜ
Zenfone 6 ມາພ້ອມໜ້າຈໍໃຫຍ່ 6.4 ນີ້ວ ດີຊາຍຈໍຂອບບາງ ບໍ່ມີຕີ່ງ ບໍ່ມີຮູກ້ອງໃນຈໍ ຄືແບຣນອື່ນໆ
ສຳລັບຕົວກ້ອງ ຖືວ່າຈຸດເດັ່ນຂອງລຸ້ນນີ້ ເພາະຖືກດີຊາຍມາໃຫ້ສາມາດພັບຂື້ນມາເປັນກ້ອງໜ້າໄດ້ ແລະ ມາພ້ອມກັບເຊັນເຊີ IMX586 ຄວາມລະອຽດ 48 ລ້ານພິກເຊວ, ຮູຮັບແສງ f/1.8 ຈາກໂຊນີ່ ຈັບຄູ່ກັບເລນສ໌ 13 MP 125° ເຊິ່ງເປັນເລນສ໌ Ultra-wide ເຮັດໃຫ້ກ້ອງໜ້າ ແລະ ຫຼັງມີປະສິດທິພາບເທົ່າກັນ ເພາະເປັນເລນສ໌ຊຸດດຽວກັນ
ສ່ວນແບັດເຕີລີ່ໃຫ້ຄວາມຈຸມະຫາສານຄື 5000 mAh ພ້ອມລະບົບຊາກໄວ Quick-Charge 4.0 (18W) ຣັນບົນລະບົບປະຕິບັດການ Android 9.0 Pie ແລະ ອາດສາມາດອັພຂື້ນເປັນ Android ເວີຊັ່ນ 10 ໃນອະນາຄົດ
ຕົວເຄື່ອງຈະມີຄວາມຈຸຂອງແຣມ 8 GB ແລະ ຣອມ 256 GB ເປີດຕົວມາໃນລາຄາ 500 ຢູໂຣ ຫຼື 4.800.000 ກີບ (ລາຄາເປີດຕົວໃນຢູໂຣບ ຖ້າເຂົ້າມາລາວອາດຈະຖືກກວ່ານີ້)
สมัครสมาชิก:
ส่งความคิดเห็น (Atom)




ไม่มีความคิดเห็น:
แสดงความคิดเห็น