วันจันทร์ที่ 27 พฤษภาคม พ.ศ. 2562

SpaceX ສົ່ງດາວທຽມ Starlink ຊຸດທຳອິດ 60 ດວງ ຂື້ນສູ່ຊັ້ນບັນຍາກາດສຳເລັດ ຫວັງເຮັດໃຫ້ທົ່ວໂລກໃຊ້ເນັດໄດ້



ພາຍຫຼັງຄວາມພະຍາຍາມໃນການສົ່ງດາວທຽມ Starlink ອອກນອກໂລກເມື່ອສັບດາທີ່ແລ້ວຂອງ SpaceX ຕ້ອງລົ້ມເຫຼວເພາະສະພາບອາກາດບໍ່ເປັນໃຈ ຕອນນີ້ SpaceX ໄດ້ຈຸດຈະລວດ Folcon 9 ທີ່ບັນທຸດາວທຽມສື່ສານ Starlink 60 ດວງຂື້ນສູ່ຊັ້ນບັນຍາກາດຮຽບຮ້ອຍແລ້ວ (ສົ່ງພ້ອມກັນເທື່ອດຽວ 60 ດວງ).






ພາລະກິດສົ່ງດາວທຽມ Starlink ຊຸດທຳອິດປະສົບຄວາມສຳເລັດໃນວັນທີ 24 ພຶດສະພາ 2019 ເວລາປະມານ 09:30 ຕາມເວລາບ້ານເຮົາ ເມື່ອຈະລວດ Falcon 9 ສາມາດພາດາວທຽມເຫຼົ້ານັ້ນຂື້ນໂຄຈອນຢູ່ຫ່າງຈາກພື້ນໂລກ 550 ກິໂລແມັດ ໂດຍດາວທຽມແຕ່ລະດວງມີນ້ຳໜັກ 227 ກິໂລກຼາມ ດາວທຽມແຕ່ລະດວງຈະມີແຜງໂຊລາເຊວ 1 ແຜງ ເພື່ອກຳເນີດພະລັງງານໄຟຟ້າ ໃນການເຮັດວຽກໃຫ້ບໍລິການສັນຍານອິນເຕີທົ່ວໂລກ ພາຍຫຼັງສົ່ງດາວທຽມຂື້ນສູ່ວົງໂຄຈອນ ຈະລວດ Folcon 9 ຈະກັບມາສູ່ໂລກບໍລິເວນທີ່ເຮືອຂອງທາງບໍລິສັດກຽມໄວ້ ເພື່ອນຳກັບມາໃຊ້ງານຂົນສົ່ງອີກຄັ້ງ
ໃນໂຄງການ Starlink ມີດາວທຽມທັງໝົດ 12,000 ດວງທີ່ຈະຂື້ນສູ່ຊັ້ນບັນຍາກາດ ແລະ ທາງບໍລິສັດຄາດວ່າຈະສົ່ງດາວທຽມຂື້ນໂຄຈອນໄດ້ທັງໝົດພາຍໃນກາງປີ 2020 ເພື່ອໃຫ້ອິນເຕີເນັດສາມາດໃຊ້ງານໄດ້ທຸກພື້ນທີ່ໃນໂລກແມ້ແຕ່ໃນຊົນນະບົດກໍຈະສາມາດໃຊ້ເນັດໃນຄວາມໄວ 1 Gbps ໄດ້ ແລະ ພາຍຫຼັງການໂຄຈອນຂອງດາວທຽມ 60 ດວງແລ້ວຄາດວ່າໂຄງການນີ້ຈະປະສົບຄວາມສຳເລັດໄປດ້ວຍດີແນ່ນອນ.



ອ້າງອີງ: beartai.

ไม่มีความคิดเห็น:

แสดงความคิดเห็น