ປັດຈຸບັນເຮົາເຄີຍໄດ້ເຫັນຄວາມສາມາດຂອງ AI ມາຫຼາຍແລ້ວ ແລະ ຕອນນີ້ ກໍມີອີກຕົວຢ່າງໜຶ່ງຈາກ Samsung ມາໃຫ້ເບິ່ງກັນກັບ "Deepfakes" ລະບົບສ້າງວີດີໂອຈຳລອງ ໃຫ້ກັບຮູບຖ່າຍບຸກຄົນພຽງຮູບດຽວ ໃຫ້ກັບມາມີຊີວິດ, ເໜັງຕີງ ແລະ ເວົ້າໄດ້ນຳ.
ໂດຍປົກກະຕິແລ້ວລະບົບການຈຳລອງບຸກຄົນແບບນີ້ ມັກຈະຕ້ອງໃຊ້ຮູບຂອງບຸກຄົນນັ້ນທີ່ເຮົາຕ້ອງການເຮັດໃຫ້ມີຊີວິດຂື້ນມາ ຫຼາຍຮູບ ແລະ ຫຼາຍມຸມ ມາສ້າງພາບຈຳລອງ ແຕ່ລະບົບນີ້ຂອງ Samsung ສາມາດໃຊ້ຈາກຮູບພຽງຮູບດຽວໄດ້ ແລ້ວຈຳລອງສ່ວນທີ່ເຫຼືອດ້ວຍຕົວເອງ
ເຊິ່ງເປັນຜົນການວິໃຈ ແລະ ພັດທະນາຂອງທີມງານ Samsung AI Center ໃນກຸງ Moscow ປະເທດຣັດເຊຍ ໂດຍໃຊ້ຖານຂໍ້ມູນຈາກການຮຽນຮູ້ວີດີໂອຕົວຢ່າງເປັນຈຳນວນຫຼາຍ ແລະ ເມື່ອລະບົບນີ້ເລີ່ມເຄີຍຊິນກັບໃບໜ້າຂອງຄົນແລ້ວ ມັນກໍເລີ່ມທີ່ຈະສາມາດສ້າງພາບເຄື່ອນໄຫວດ້ວຍຕົວເອງໄດ້.
ທີ່ມາ: techoffside


ไม่มีความคิดเห็น:
แสดงความคิดเห็น