วันอังคารที่ 28 พฤษภาคม พ.ศ. 2562

Nvidia ປ່ອຍ Teaser "Super" ກຽມເປີດຕົວກາດຈໍລຸ່ນໃໝ່ໃນງານ Computex 2019


ກຽ່ມປຽ່ນກາດຈໍໃຫໍໝ່ກັນແລ້ວບໍ? Nvidia ລຸ້ນໃໝ່ພ້ອມທີ່ຈະເປີດຕົວໃນງານ Computex 2019 ນີ້ແລ້ວ ປ່ອຍວີດີໂອ Teaser ທີ່ມາພ້ອມຄຳວ່າ "Super" ທີ່ຄາດວ່າຈະເປັນຊື່ຫຼັກຂອງກາດຈໍລຸ່ນໃໝ່ນີ້





ແນ່ນອນວ່ານີ້ເປັນພຽງວີດີໂອ Teaser ເຊິ່ງຍັງບໍ່ມີຂໍ້ມູນໃດໆເປີດເຜີຍອອກມາໃຫ້ເບິ່ງກັນແບບເຕັມໆ ແຕ່ກໍມີການຄາດການ ແລະ ຄາດເດົາວ່າ ສິ່ງໃໝ່ໃນກາດລຸ່ນນີ້ ຈະເປັນການອັພເກຣດຊິບຄວາມຈຳໃໝ່ທີ່ໄວຂື້ນເຖິງ 16Gbps ມາປຽ່ນແທນລຸ່ນເກົ່າທີ່ໃຊ້ແບບ 14Gbps GDDR6 ໃນກາດລຸ່ນປັດຈຸບັນ.
ແລະ ອີກຈຸດໜຶ່ງກໍຄືການເຮັດວຽກຂອງຕົວຊິບ ກໍນ່າຈະໄດ້ຮັບການອັພເກຣດໃຫ້ເພີ່ມສູງຂື້ນ ແຕ່ຈະຫຼາຍຊ້ຳໃດ ກໍຍັງບໍ່ທັນມີແຫຼ່ງຂ່າວບອກຊັດເຈນ ກໍຕ້ອງລໍຖ້າເບິ່ງໃນມື້ເປີດຕົວຈາກງານອີກເທື່ອໜຶ່ງ.

ທີ່ມາ: techoffside

ไม่มีความคิดเห็น:

แสดงความคิดเห็น