OPPO Reno Z ມາພ້ອມຈໍ AMOLED ກວ້າງ 6.4 ນີ້ວ ຄວາມລະອຽດ FHD+ (2340 x 1080 Pixel) ອັດຕາສ່ວນ 19.5:9 (19.5 ຕໍ່ 9) ຮອງຮັບເທັກໂນໂລຢີສະແກນນີ້ວມືໃຕ້ຈໍ ຂັບເຄື່ອນໂດຍຂຸມພະລັງ Snapdragon 710 Octa-core ຄວບຄູ່ກັບ RAM 6 GB, ROM 128 GB ແລະມີແບັດເຕີຣີ່ຄວາມຈຸ 3,950 mAh ຮອງຮັບ VOOC Flash Charge 3.0 ກຳລັງໄຟ 20W.
Reno Z ມາພ້ອມກ້ອງຫຼັງຄູູ່ຄວາມລະອຽດ 48+5 MP ເຊັນເຊີ Sony IMX586 ສ່ວນກ້ອງໜ້າມີຄວາມລະອຽດ 32 MP ຕົວເຄື່ອງຣັນເທິງລະບົບປະຕິບັດການ Android 9 Pie ຄອບທັບດ້ວຍ Color OS 6.0 ຮອງຮັບການເຊື່ອມຕໍ່ Bluetooth 5.0, USB Type C ມີໃຫ້ເລືອກ 2 ສີໄດ້ແກ່ ສີຂຽວ Ocean Green ແລະ ສີດຳ Jet Black ໃນລາຄາ 150 ຢູໂຣ ຫຼື ປະມານ 1,400,000 ກີບ.
ທີ່ມາ: siamphone



ไม่มีความคิดเห็น:
แสดงความคิดเห็น