วันอังคารที่ 28 พฤษภาคม พ.ศ. 2562

AMD ເປີດຕົວ Ryzen 3000 Series ຢ່າງເປັນທາງການ ແຮງກວ່າ Intel Core i9 ໃນລາຄາທີ່ຖືກກວ່າເຄິ່ງໜຶ່ງ


AMD ໄດ້ເປີດຕົວ CPU ລຸ່ນໃໝ່ທີ່ຈະລົງມາສູ້ກັບເຈົ້າຕະລາດຢ່າງ Intel ພາຍໃນປີ 2019 ນີ້ ທັງຍັງມາພ້ອມກັບ GPU ຫຼື ກາດຈໍລຸ່ນໃໝ່ທີ່ໃຊ້ສະຖາປັດຕະຍະກຳ NAVI 7nm ໂດຍໃຊ້ຊື່ວ່າ Redeon RX 5000 Series ທີ່ຈະເປີດເຜີຍລາຍລະອຽດໃນວັນທີ 10 ມິຖຸນາ 2019 ຫຼື ງານ E3 2019 ນັ້ນເອງ.





ແຕ່ມື້ນີ້ເຮົາຈະມາເວົ້າເຖິງ Ryzen 3000 ກ່ອນ ຢ່າງທີ່ຮູ້ກັນວ່າ Ryzen 3000 ນັ້ນໃຊ້ສະຖາປັດຕະຍະກຳ Zen 2 ຕົວໃໝ່ທີ່ມາພ້ອມກັບເທັກໂນໂລຢີຂະບວນການຜະລິດແບບ 7 ນາໂນແມັດ ຕົວ CPU ເອງຍັງຄົງໃຊ້ Socket AM4 ແລະ ຍັງຮອງຮັບ PCIe 4.0 ເຊິ່ງເປັນ CPU ລຸ່ນທຳອິດຂອງໂລກທີ່ຮອງຮັບອີກດ້ວຍ.


ໂດຍຈຸດເດັ່ນຂອງ Zen 2 ນັ້ນກໍຄືການປັບປຸງການເຮັດວຽກໃນຮູບແບບ Single ແລະ Multi-core ໃຫ້ດີຂື້ນກວ່າເກົ່າ ຫຼຸດການໃຊ້ພະລັງງານລົງ ປັບປຸງ IPC (instructions per-clock) ເພີ່ມຂື້ນ 15% ມີ Floating Point ເພີ່ມຂື້ນ 2 ເທົ່າ ແລະ ຍັງເພີ່ມຂະໜາດ Cache ໄປອີກ 2 ເທົ່າເຊັ່ນກັນ.
ແນ່ນອນວ່າການຫຼີ້ນເກມແມ່ນສິ່ງທີ່ AMD ໃຫ້ຄວາມສົນໃຈຫຼາຍທີ່ສຸດ ຕະລອດຫຼາຍປີທີ່ຜ່ານມາມີອຸປະກອນອີເລັກໂຕຣນິກຫຼວງຫຼາຍທີ່ໃຊ້ AMD Ryzen ນີ້ ບໍ່ວ່າຈະເປັນ Computer Notebook ຫຼືແມ້ແຕ່ເຄື່ອງ Console ຢ່າງ Play Station 4 ແລະ Xbox One ເອງກໍໃຊ້ Processor ຂອງ AMD ທັງນັ້ນ ເພາະສະນັ້ນການມາຂອງ AMD Ryzen 3000 ທີ່ໃຊ້ເທັກໂນໂລຢີ 7nm ຈະປົດລ໊ອກຄວາມສາມາດຂອງອຸປະກອນໃຫ້ສູງຂື້ນຢ່າງແນ່ນອນ


AMD ໄດ້ໂຊຄວາມສາມາດຂອງ Ryzen 3000 ແບບສົດໆກາງເວທີ ໂດຍເປັນການເຈີກັນລະຫວ່າງ Ryzen 7 3800X + Redeon 5700 ມາເຈີກັບ Intel Core i9 + RTX 2080Ti ໂດຍທົດສອບຜ່ານ 3D Mark ຜົນທີ່ອອກມາສະຫຼຸບວ່າ AMD Ryzen 7 ເຮັດປະສິດທິພາບໄດ້ດີກວ່າຫຼາຍ ເຖິງ 50-60%.
ຕໍ່ມາໄດ້ມີການເອົາ Intel Core i9 9900k ມາວັດກັບ AMD Ryzen 7 3800X ໂດຍບໍ່ບອກວ່າໃຊ້ GPU ຫຍັງກັບເກມ PUBG ຜົນທີ່ອອກມາຄື Ryzen 7 ແຮງກວ່າ Core i9 ຢູ່ນ້ອຍໜຶ່ງ ຫຼື ເທົ່າທຽມກັນ



ໃນການທົດສອບ Cinebench R20 ວັດຄວາມສາມາດຂອງ CPU ສະແດງໃຫ້ເຫັນວ່າ Ryzen 7 3800X ນັ້ນແຮງກວ່າ i9 9900K ຢ່າງຊັດເຈນ.

ທີ່ມາ: beartai

ไม่มีความคิดเห็น:

แสดงความคิดเห็น