วันพุธที่ 29 พฤษภาคม พ.ศ. 2562

AZUS - Zenbook Pro Duo UX581 ໂນດບຸກແຫ່ງອະນາຄົດ 15,6" 4K OLED ພ້ອມຈໍ ScreenPad Plus 14"


ZenBook Pro Duo (UX581) ກ້າວລ້ຳຂີດຈຳກັດຂອງໂນດບຸກແບບເກົ່າດ້ວຍຈໍ ASUS ScreenPad Plus ໃໝ່ຂະໜາດ 14 ນີ້ວເປັນຈໍສຳຜັດໃໝ່ທີ່ປະຕິວັດວົງການ ໂດຍໄດ້ຮັບການພັດທະນາຈາກ ASUS ScreenPad ລຸ່ນເກົ່າ
ScreenPad Plus ຈະສົ່ງມອບຄວາມເປັນໄປໄດ້ໃນການສ້າງສັນງານຂອງເຫຼົ່າ Creator ຊ່ວຍເພີ່ມປະສິດທິພາບຂອງການເຮັດວຽກແບບ Muti-Touch ໃຫ້ງ່າຍຂື້ນ. ໂດຍຈໍ ScreenPad Plus ຈະເຮັດວຽກພ້ອມກັບຈໍຫຼັກຢ່າງໄຮ້ຮອຍຕໍ່ ຮ່ວມກັບຊອບແວ ScreenXpert ທີ່ມາພ້ອມແອພລິເຄເຊິນ ແລະ ເຄື່ອງມືທີ່ຈະຊ່ວຍໃຫ້ຜູ້ໃຊ້ເພີດເພີນໄປກັບຄວາມສາມາດຂອງຕົວ ScreenPad PlusD.



ZenBook Pro Duo ຍັງມອບປະສິດທິພາບເໜືອຊັ້ນດ້ວຍຊີພີຢູ 9th Generation Intel Core Processor ຮ່ວມດ້ວຍຂະໜາດ RAM ສູງສຸດເຖິງ 32 GB, ກາດຈໍ Nvidia GeForce RTX 2060 ແລະ SSD 1 TB PCIe 3.0 x4 ມາພ້ອມຈໍຄວາມຄົມຊັດລະດັບ 4K UHD (3840x2160) OLED ຈໍສຳຜັດ ແລະ ຈໍ ScreenPad Plus ຄວາມລະອຽດ 3840 x 1100


ຕົວເຄື່ອງມາພ້ອມພອດເຊື່ອມຕໍ່ຄົບເຊັດ ໄດ້ແກ່ Thunderbolt 3 enabled, USB Type-C, Wifi ລຸ່ນລ່າສຸດຈາກ Intel Gig+(802.11ax) ຊ່ວຍຍົກລະດັບການເຊື່ອມຕໍ່ໄປອີກຂັ້ນເພື່ອການເຮັດວຽກທີ່ລື່ນໄຫລທີ່ສຸດ ນອກຈາກນີ້ຍັງສະໜັບສະໜູນ Amazon Alexa voice support ດ້ວຍແຖບແສງສະເພາະບໍລິເວນດ້ານໜ້າຂອງເຄື່ອງເພື່ອຮູ້ໄດ້ວ່າກຳລັງຟັງເພງຢູ່.


 ຄລິບຣີວິວ:


ທີ່ມາ: notebookspec


ไม่มีความคิดเห็น:

แสดงความคิดเห็น