![](https://www.beartai.com/wp-content/uploads/2019/08/1.png)
ເມື່ອເດືອນພືດສະພາທີ່ຜ່ານມາ Intel ໄດ້ອອກມາເປີດຕົວສະຖາປັດຕະຍະກຳໃໝ່ຂອງ CPU Gen 10 "Ice Lake" ຢ່າງເປນທາງການ ໂດຍຂໍ້ມູນທີ່ເຮົາຮູ້ຕອນນີ້ກໍຄື CPU ຕົວນີ້ຈະໃຊ້ເທັກໂນໂລຢີການຜະລິດແບບ 10nm ມາພ້ອມກັບຊິບປະມວນຜົນພາບ GPU ລຸ່ນໃໝ່ "Iris Plus" ທີ່ຈະໃຊ້ການປະມວນຜົນແບບ AI ເຂົ້າມາມີສ່ວນຊ່ວຍໃຫ້ປະສິດທິພາບການເຮັດວຽກສູງຂື້ນ 2 ເທົ່າ ແລະ ການນຳເອົາ Thunderbolt 3 ແລະ Integrated Intel Wi-Fi 6 (Gig+) ມາລວມກັນ ປັບປຸງການເຊື່ອມຕໍ່ Internet ໃຫ້ໄວຂື້ນ 3 ເທົ່າ.
ແຕ່ຈຸດທີ່ໜ້າສົນໃຈ ນັ້ນກໍຄື Project Athena ທີ່ເປັນໂຄງການຮ່ວມມືກັບຜູ້ຜະລິດ Laptop ເຈົ້າໃຫຍ່ຢ່າງ Acer, Dell, HP ແລະ Lenovo ໂດຍຈະເປັນການພັດທະນາປະສິດທິພາບຂອງ Windows Laptop ທຳມະດາໃຫ້ມີຄວາມສາມາດສູງສຸດທຽບເທົ່າ Macbook ອີກດ້ວຍ ແລະ CPU Gen 10 ຊຸດທຳອິດທີ່ເປີດຕົວອອກມາແລ້ວທັງໝົດ 11 ລຸ່ນ ລ້ວນແຕ່ເປັນຂອງ Laptop ທັງໝົດ.
![](https://www.beartai.com/wp-content/uploads/2019/08/2.png)
ກ່ອນອື່ນເຮົາມາເບິ່ງຊິບປະມວນຜົນພາບ "Iris Plus" ຫຼື ຊື່ເຕັມ Intelligent performance ກັນກ່ອນ ໂດຍມັນເປັນການເອົາເທັກໂນໂລຢີ AI ມາຊ່ວຍການປະມວນຜົນ ຜ່ານ Intel Deep Learning Boost ຊຸດຄຳສັ່ງສະເພາະໃໝ່ທີ່ຈະຊ່ວຍກະຕຸ້ນປະສິດທິພາບການເຮັດວຽກຂອງ CPU ໃຫ້ດີິຂື້ນໃນດ້ານກຣາຟຟິກເຊັ່ນ ການແຕ່ງຮູບພາບອັດຕະໂນມັດ ທຳເຮັດເອັຟເຟັກພາບສົມຈິງ.
ນອກຈາກນັ້ນ ຕົວ GPU ທີ່ຝັງມານັ້ນ ມີປະສິດທິພາບສູງຂື້ນເຖິງ 1 teraflop ເພື່ອຮອງຮັບການໃຊ້ງານທີ່ຕ້ອງໃຊ້ຄວາມສາມາດໃນການປະມວນຜົນໜັກໆເຊັ່ນ: ການຕັດຕໍ່ວີດີໂອ ແລະ ການເພີ່ມຄວາມລະອຽດແບບ RealTime ແລະ ສິ່ງສຳຄັນທີ່ສຸດສຳລັບ Laptop ກໍຄືອາຍຸການໃຊ້ງານຂອງແບັດເຕີຣີ່ ໂດຍຈະມີລະບົບ Intel Gaussian & Neural Accelerator (GNA) ທີ່ຈະຊ່ວຍປັບການໃຊ້ງານຂອງໂປຣແກຣມທີ່ຢູ່ເບື້ອງຫຼັງ ທັງນີ້ເພື່ອຍືດອາຍຸການໃຊ້ງານຂອງແບັດເຕີຣີ່ ນັ້ນເອງ.
![](https://www.beartai.com/wp-content/uploads/2019/08/3.png)
ແນ່ນອນວ່າການເຮັດວຽກໃນດ້ານ Gaming ກະບໍ່ນ້ອຍໜ້າ ດ້ວຍປະສິດທິພາບທີ່ສູງກວ່າລຸ່ນກ່ອນໆ Intel Gen 10 ທີ່ມາພ້ອມກັບ Iris Plus ສາມາດຫຼີ້ນເກມໄດ້ທີ່ 1080p ສາມາດຕັດຕໍ່ວີດີໂອທີ່ມີຄວາມລະອຽດສູງເຖິງ 4K ໄດ້ ແລະ ຮອງຮັບການເຮັດວຽກທີ່ອອກແບບມາສຳລັບ Content Creator.
ນອກຈາກນັ້ນຍັງເປັນຄັ້ງທຳອິດທີ່ຕົວ GPU ຂອງ Intel ຈະຮອງຮັບ VESA Adaptive Sync ຫຼື ເຂົ້າໃຈງ່າຍໆ ມັນກໍຄື AMD Freesync ທີ່ຈະຊ່ວຍການສະແດງຜົນຜ່ານໜ້າຈໍຂະນະຫຼີ້ນເກມນັ້ນເປັນໄປຢ່າງລື່ນໄຫລຂື້ນໃນແບບ 75Hz ແລະ ນອກຈາກນີ້ກໍຍັງຮອງຮັບ BT.2020 ເຮັດໃຫ້ການເບິ່ງວີດີໂອ 4K ແບບພັນລ້ານສີໄດ້ຢ່າງສະບາຍ.
ລຸ່ນທັງໝົດຂອງ CPU Gen 10 ມີດັ່ງນີ້
Processor Number | Graphics | Cores / Threads | Graphics (EUs) | Cache | Nominal TDP/ ConfigUP TDP | Base Freq (GHz) | Max Single Core Turbo (GHz) | Max All Core Turbo (GHz) | Graphics Max Freq (MHz) | Intel® DL Boost /
Intel® GNA
| |
U-Series | Intel® Core™ i7-1068G7 | Intel® Iris® Plus | 4/8 | 64 | 8MB | 28W | 2.3 | 4.1 | 3.6 | 1.10 | √ |
Intel® Core™ i7-1065G7 | Intel® Iris® Plus | 4/8 | 64 | 8MB | 15W/25W | 1.3 | 3.9 | 3.5 | 1.10 | √ | |
Intel® Core™ i5-1035G7 | Intel® Iris® Plus | 4/8 | 64 | 6MB | 15W/25W | 1.2 | 3.7 | 3.3 | 1.05 | √ | |
Intel® Core™ i5-1035G4 | Intel® Iris® Plus | 4/8 | 48 | 6MB | 15W/25W | 1.1 | 3.7 | 3.3 | 1.05 | √ | |
Intel® Core™ i5-1035G1 | Intel® UHD Graphics | 4/8 | 32 | 6MB | 15W/25W | 1.0 | 3.6 | 3.3 | 1.05 | √ | |
Intel® Core™ i3-1005G1 | Intel® UHD Graphics | 2/4 | 32 | 4MB | 15W/25W | 1.2 | 3.4 | 3.4 | 0.90 | √ | |
Y-Series | Intel® Core™ i7-1060G7 | Intel® Iris® Plus | 4/8 | 64 | 8MB | 9W/12W | 1.0 | 3.8 | 3.4 | 1.10 | √ |
Intel® Core™ i5-1030G7 | Intel® Iris® Plus | 4/8 | 64 | 6MB | 9W/12W | 0.8 | 3.5 | 3.2 | 1.05 | √ | |
Intel® Core™ i5-1030G4 | Intel® Iris® Plus | 4/8 | 48 | 6MB | 9W/12W | 0.7 | 3.5 | 3.2 | 1.05 | √ | |
Intel® Core™ i3-1000G4 | Intel® UHD Graphics | 2/4 | 48 | 4MB | 9W/12W | 1.1 | 3.2 | 3.2 | 0.90 | √ | |
Intel® Core™ i3-1000G1 | Intel® UHD Graphics | 2/4 | 32 | 4MB | 9W/12W | 1.1 |
![](https://www.beartai.com/wp-content/uploads/2019/08/10th-gen-i7-1065-g7-sku.jpg)
ການເອີ້ນຊື່ລຸ່ນດ້ວຍລະຫັດ 4 ຫຼັກ ໂດຍທຸກຢ່າງຍັງຄົງຄືເກົ່າ ແຕ່ລະຫັດ 2 ຕົວທຳອິດຈະເປັນຕົວບອກ Gen ອີກ 2 ຕົວຫຼັງເປັນລຸ່ນຍ່ອຍ ແລະ ຈະມີລະຫັດ G ຕາມທ້າຍມາ ໂດຍເປັນຕົວກຳນົດປະສິດທິພາບຂອງ GPU ທີ່ມາກັບ CPU ລຸ່ນນັ້ນ ໂດຍຕອນນີ້ຈະເຫັນວ່າມີລະຫັດ G ຢູ່ 3 ຕົວຄື:
- G7 ຕົວສູງສຸດ ໃຊ້ GPU ເປັນ Iris Plus ໂດຍມີຕົວປະມວນຜົນ 64 Unit
- G4 ຕົວກາງ ໃຊ້ GPU ເປັນ Iris Plus ຄືກັນ ແຕ່ມີຕົວປະມວນຜົນ 48 Unit
- G1 ຕົວລຸ່ມ ໃຊ້ GPU ເປັນ UHD Graphic ມີຕົວປະມວນຜົນ 32 Unit
ໃນຕອນນີ້ CPU Gen 10 "Ice Lake" ໄດ້ເລີ່ມສົ່ງບັນດາຜູ້ຜະລິດໂນດບຸກ OEM ທັງຫຼາຍແລ້ວ ໂດຍຄາດວ່າຈະມີການເປີດຕົວ ຫຼື ວາງຂາຍໃນຊ່ວງປາຍປີນີ້ ໂດຍມີລຸ່ນທີ່ຢືນຍັນອອກມາແລ້ວຄື: Acer Swift 5, Dell XPS 13 2 in 1, HP Envy 13, Lenovo S940 ເຊິ່ງທັງໝົດຢູ່ໃນໂຄງການ Project Athena.
ທີ່ມາ: beartai
ไม่มีความคิดเห็น:
แสดงความคิดเห็น