วันอังคารที่ 23 กรกฎาคม พ.ศ. 2562

ເປີດຕົວ ASUS ROG Phone II ມືຖືເກມມິ່ງ ຈໍ 120Hz



   ເມື່ອວັນທີ 22 ກໍລະກົດ 2019 ASUS ສານຕໍ່ຄວາມແຮງ ເປີດຕົວ ASUS ROG Phone II ຍັງຄົງຄອນເຊັບມືຖືຈໍໃຫຍ່ ສະເປັກແຮງເອົາໃຈກຸ່ມຮາດຄໍເກມເມີ້ ບໍ່ວ່າຈະເປັນລະບົບລະບາຍຄວາມຮ້ອນ 3D Vapor Chamber ພ້ອມຮູລະບາຍຄວາມຮ້ອນທີ່ດ້ານຫຼັງເຄື່ອງ, ລຳໂພງຄູ່ດ້ານໜ້າ, ແບັດເຕີຣີ່ຄວາມຈຸ 6000 mAh ພ້ອມຊາກໄວ 30 W



   ດ້ານສະເປັກອື່ນ: ມີຈໍຂະໜາດ 6.6 ນີ້ວ AMOLED ອັດຕາສ່ວນ 19.5:9 ຄວາມລະອຽດ Full HD+ ອັດຕາຣີເຟຣດ 120Hz (120Hz/ms) ມີຄ່າ Touch Latency ຢູ່ທີ່ 49ms, ຮອງຮັບ DCI-P3 ກະຈົກ Gorilla Glass 6, ໃຊ້ຊີພີຢູ Snapdragon 855 Plus, RAM 12 GB, ROM 512 GB (UFS 3.0), ຣັນເທິງ Android 9 Pie ຄອບທັບດ້ວຍ ROG UI ແລະ ມີສະແກນລາຍນີ້ວມືໃຕ້ຈໍ, ກ້ອງຖ່າຍຮູບດ້ານຫຼັງມາພ້ອມກ້ອງຄູ່ 48 MP + 13 MP ເລນມຸມກວ້າງ 125 ອົງສາ (Ultra-Wide) ແລະ ກ້ອງໜ້າ 24 MP




ASUS ROG Phone II ຈະເລີ່ມວາງຈຳໜ່າຍໃນປະເທດຈີນ ຕັ່ງແຕ່ວັນທີ 23 ກໍລະກົດ 2019 ເປັນຕົ້ນໄປ ລາຄາ $870 ຫຼື ປະມານ 7.600.000 ກີບ









ທີ່ມາ: kapook

ไม่มีความคิดเห็น:

แสดงความคิดเห็น